ເຣື້ອງທີ່ເກັບບັນທຶກໄວ້
ຫຼາຍພິທີກຳ ຕາມແຄມແມ່ນ້ຳຂອງ ລະຫວ່າງ ຊາຍແດນລາວ-ໄທ ສ່ຽງ ຈະດັບສູນ
ແຂວງບຶງການ ປະເທດໄທ ແລະ ແຂວງບໍລິຄຳໄຊ ປະເທດລາວ, ເຊິ່ງເປັນສອງພາກພື້ນ ເພື່ອນບ້ານກັນ ຕາມສາຍນ້ຳ ແມ່ນ້ຳຂອງ, ພວມສ໋ຽງກັບການສູນຫາຍ ຂອງປະເພນີ ຕາມຄວາມເຊື່ອທ້ອງຖິ່ນ. ການປ່ຽນແປງ ລະບົບອຸທົກກະສາດ ແມ່ນ້ຳຂອງ ເປັນສາເຫດ ທີ່ຈຳເປັນຕ້ອງຍົກເລີກ ຫຼື ເລື່ອນເວລາກຳນົດ ພິທີກຳ ທີ່ມີມາ ຍາວນານ ໃນພື້ນທີ່. ນັກຂ່າວຂອງພວກເຮົາ ໄດ້ໄປຢ້ຽມຢາມ ພາກພື້ນດັ່ງກ່າວ ເມື່ອບໍ່ດົນມານີ້ ເພື່ອທີ່ຈະຮວບຮວມ ຮູບພາບເຫຼົ່ານີ້.
ສະແກມເມີ້ ຊາວຈີນ ຖືກສົ່ງກັບຄືນປະເທດ ທ່າມກາງການກວາດລ້າງ ສູນສະແກມເມີ້
ສະແກມເມີ້ ຊາວຈີນ ຈຳນວນ 200 ຄົນ ຖືກສົ່ງກັບ ຫຼັງຈາກໜີອອກຈາກສູນສໍ້ໂກງ ໃນປະເທດມຽນມາ ທີ່ຢູ່ໃກ້ກັບຊາຍແດນໄທ. ຈີນເພີ່ມຄວາມກົດດັນ ໃຫ້ປະເທດໄທ ແລະ ປະເທດມຽນມາ ເພື່ອໃຫ້ປິດການດຳເນີນການ ເຫຼົ່ານີ້. ໃນວັນທີ 20 ກຸມພານີ້, ນາຍົກໄທ ແລະ ນາຍົກລາວ ໄດ້ປຶກສາຫາລື ເພື່ອຫາທາງອອກ ກ່ຽວກັບການສູນສະແກມເມີ້ ເຊິ່ງມີເງິນມູນວຽນຕື້ໂດລ້າ ໃນແຕ່ລະປີ ເຊິ່ງອີງຕາມບົດລາຍງານຂອງສະຫະປະຊາຊາດ ປະຈຳປີ 2023. ວິທຍຸເອເຊັຽເສຣີ ປິດບັງໃບໜ້າ ເພື່ອທີ່ຈະ ປົກປ້ອງຕົວຕົນ ແລະ ເຄົາລົບຄວາມເປັນສ່ວນຕົວ ຂອງຜູ້ເຄາະຮ້າຍ.