ສະແກມເມີ້ ຊາວຈີນ ຖືກສົ່ງກັບຄືນປະເທດ ທ່າມກາງການກວາດລ້າງ ສູນສະແກມເມີ້

ສະແກມເມີ້ ຊາວຈີນ ຈຳນວນ 200 ຄົນ ຖືກສົ່ງກັບ ຫຼັງຈາກໜີອອກຈາກສູນສໍ້ໂກງ ໃນປະເທດມຽນມາ ທີ່ຢູ່ໃກ້ກັບຊາຍແດນໄທ. ຈີນເພີ່ມຄວາມກົດດັນ ໃຫ້ປະເທດໄທ ແລະ ປະເທດມຽນມາ ເພື່ອໃຫ້ປິດການດຳເນີນການ ເຫຼົ່ານີ້. ໃນວັນທີ 20 ກຸມພານີ້, ນາຍົກໄທ ແລະ ນາຍົກລາວ ໄດ້ປຶກສາຫາລື ເພື່ອຫາທາງອອກ ກ່ຽວກັບການສູນສະແກມເມີ້ ເຊິ່ງມີເງິນມູນວຽນຕື້ໂດລ້າ ໃນແຕ່ລະປີ ເຊິ່ງອີງຕາມບົດລາຍງານຂອງສະຫະປະຊາຊາດ ປະຈຳປີ 2023. ວິທຍຸເອເຊັຽເສຣີ ປິດບັງໃບໜ້າ ເພື່ອທີ່ຈະ ປົກປ້ອງຕົວຕົນ ແລະ ເຄົາລົບຄວາມເປັນສ່ວນຕົວ ຂອງຜູ້ເຄາະຮ້າຍ.