ເຣື້ອງທີ່ເກັບບັນທຶກໄວ້

ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ
ເຈົ້າໜ້າທີ່ ຄະນະກໍາມະການ ຕ້ານການຄ້າມະນຸດ ໃນລາວ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຍັງມີຄົນຈີນ ເຂົ້າມາຕົວະຍົວະແມ່ຍິງລາວ ໄປຄ້າມະນຸດ ໃນລັກສະນະແຕ່ງດອງຢູ່ເລື້ອຍໆ ເຊິ່ງເຮັດທຸກຢ່າງ ຖືກຕ້ອງຕາມກົດໝາຍ ໂດຍຈະມີນາຍໜ້າຄົນລາວ ເປັນຄົນປະສານງານໃຫ້, ເປົ້າໝາຍສ່ວນໃຫຍ່ ແມ່ນແມ່ຍິງຊົນເຜົ່າ ຍ້ອນວ່າ ແມ່ຍິງກຸ່ມນີ້ ຮູ້ເທົ່າບໍ່ເຖິງການ ແລະຊີວິດຄອບຄົວທຸກຍາກ.

ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ
ແມ່ຍິງລາວ ຜູ້ທີ່ເຄີຍຕົກເປັນເຫຍື່ອ ຖືກນາຍໜ້າຄົນລາວ ຕົວະໃຫ້ໄປແຕ່ງດອງ ກັບຜູ້ຊາຍຈີນ ຂໍຝາກຄຳເຕືອນ ຄວາມເປັນຫ່ວງ ໄປຫາເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ ຜູ້ທີ່ກໍາລັງຄິດວ່າ ຈະໄປແຕ່ງດອງກັບຄົນຈີນນັ້ນ ວ່າ ໃຫ້ສຶກສາລາຍລະອຽດໃຫ້ດີ ກ່ອນຈະໄປ.