ຈັນຍາບັນ

ຫຼັກຈັນຍາບັນ ຂອງ​ນັກຂ່າວ ວິ​ທ​ຍຸເອເຊັຽເສຣີ

ຫຼັກການ ສໍາຄັນທີ່ສຸດ ໃນການປະກອບ ພາຣະກິຈ ຂອງວິທຍຸເອເຊັຽເສຣີ (RFA) ແມ່ນ ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານສູງສຸດ ຂອງການສເນີຂ່າວ. ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໄດ້ຮັບທຶນ ຈາກ​ຣັ​ຖ​ສະ​ພາ ສະ​ຫະ​ຣັ​ຖ ແຕ່ຮັກ​ສາ ຄວາມ​ເປັນ​ເອກ​ຣາດ ດ້ານ​ບັນ​ນາ​ທິ​ການ ຢ່າງ​ເຕັມ​ທີ່ ຈາກ​ຣັ​ຖ​ບານ ສະ​ຫະ​ຣັ​ຖ. ບັນ​ນາ​ທິ​ການ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ທຸກໆ​ຄົນ ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່ ແບບ​ມື​ອາ​ຊີບ, ຢ່າງ ມີຈັນ​ຍາ​ບັນ ແລະ ສົ່ງ​ເສີມ ມາ​ຕ​ຖານ​ອັນ​ສູງ​ສຸດ ໃນ​ການ​ຂຽນ​ຂ່າວ ຕາມ​ຫຼັກ​ການ​ພື້ນ​ຖານ ດັ່ງຕໍ່ໄປນີ້[1]:

  • ຄະນະ ບັນນາທິການ ວິ​ທ​ຍຸເອ​ເຊັຽ​ເສ​ຣີ ຄວນ​​ຮັບ​ຜິດ​ຊອບ ຄວາມ​ຖືກ​ຕ້ອງ ຕໍ່​ວຽກງານ ​ຂອງ​ຕົນເອງ. ຣາຍ​ງານ ແລະ ຣາຍ​ການ ຕ່າງໆ ຕ້ອງຖືກ​ຕ້ອງແນ່ນອນ, ກ້ຳ​ເກິ່ງ ສເມີພາບ ແລະ ເປັນ​ຈິງ. ຂໍ້​ມູນ ຕ້ອງ​ຜ່ານ​ການກວດ​ກາ ກ່ອນ​ຖືກ​ເປີດ​ເຜີຍ, ໂດຍ​ການ​ນຳ​ໃຊ້ ແຫຼ່ງ​ຂໍ້​ມູນ ຕົ້ນ​ສະ​ບັບ ເປັນ​ຕົ້ນ​ຕໍ, ໃນ​ເວ​ລາ ທີ່​ເປັນ​ໄປ​ໄດ້. ຕ້ອງ​​​ຮິບ​ໂຮມຂໍ້​ມູນ ໃຫ້​ຄົບ​ຖ້ວນ, ຕິດ​ຕາມ​ຂໍ້​ມູນ​ຫຼ້າ​ສຸດ, ແລະ ໃຫ້​ຖືກ​ຕ້ອງ ຕັ້ງ​ແຕ່​ຕົ້ນ ຈົນ​ຈົບ.
  • ນັກຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ ສຸຂຸມ (ໃຈເຢັນ) ​ທຳ​ໃຈ​ສ​ງົບ, ບໍ່​ຕື່ນ​ເຕັ້ນ ໃນ​ການ​ປະ​ຕິ​ບັດ​ວຽກ​ງານ ແລະ ຣາຍ​ງານ ແບບ​ມື​ອາ​ຊີບ, ແລະ ຫຼີກ​ລຽງ ການ​ປະ​ທະ​ກັນ, ການ​ໂຄ​ສະ​ນາຊວນ​ເຊື່ອ, ຫຼື ໃສ່​ຮ້າຍ​ປ້າຍ​ສີ ບຸກ​ຄົນ, ກຸ່​ມ​ຄົນ, ຫຼື ຣັ​ຖ​ບານ​ຕ່າງໆ. ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ​ສ​ເນີ ທຸກໆ​ມຸມມອງ ປາ​ສ​ຈາກ ການ​ລຳ​ອຽງ ແລະ ຫຼີກ​ລຽງກາ​ນ​ມີ​ສ່ວນ​ຮ່ວມ ໃນການ​ສ​ນັບ​ສ​ນູນ ຫຼື ວິ​ພາກວິ​ຈານ ທີ່​ເປັນ​ການສະ​ແດງ​ຄວາມ​ເຫັນ ຫຼື ທັ​ສ​ນະ ເໜືອ​ຄວາ​ມ​ເປັນ​ຈິງ ແລະ ໜ້າ​ເຊື່ອ​ຖື ຂອງ​ການ​ຣາຍ​ງານ​ຂ່າວ.
  • ນັກຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງບໍ່ສນັບ​ສ​ນູນ ຄວາມຮຸນແຮງ, ການກະບົດ ຫຼື ການຍ້າຍ​ຖິ່ນຖານ. ໃນ​ເວ​ລາ ມີຣາຍ​ງານ ກ່ຽວ​ກັບ ການກໍ່​ການ​ຮ້າຍ, ລັດ​ທິ​ຫົວ​ຮຸນ​ແຮງ, ຫຼື ການ​ຂົ່ມ​ຂູ່​ ໃຊ້​ຄວາມ​ຮຸນ​ແຮງ, ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ: ມີ​ສະ​ຕິ ແລະ ປ້ອງ​ກັນ ອັນ​ຕະ​ຣາຍ ທີ່ອາດເກີດຂຶ້ນ ກັບຕົນເອງ ແລະ ຜູ້ອື່ນໄດ້; ​ແລະ ​ບໍ່​ອະນຸຍາດ ໃຫ້​ໃຊ້ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ເປັນ​ເວທີ​ໂຄສະນາ ທີ່​ມີ​ຄວາມ​ຮຸນ​ແຮງ ຫຼື​ ການ​ຂົ່ມຂູ່​ ທີ່ມີ​ຄວາມ​ຮຸນ​ແຮງ. ນັກ​ຂ່າວ/ບັນ​ນາ​ທິ​ການ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ຕ້ອງ​​ປຶກ​ສາ​ຫາ​ລື ​​ບັນ​ນາ​ທິ​ການ ທີ່ຮັບ​ຜິດ​ຊອບ ເຂດເອ​ເຊັຽຕາເວັນອອກ ຫຼື ເອ​ເຊັຽຕາເວັນອອກສ່ຽງໃຕ້ ຫຼື ບັນນາທິການ ບໍ​ຣິຫານ, ກ່ອນເຜີຍແຜ່ ຂໍ້​ມູນ​ໃດ​ນຶ່ງ ທີ່ອາດ​ເຮັດ​ໃຫ້ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຖືກ​ໃຊ້​ເປັນ​ເວ​​ທີ ໃນຈຸດ​ປະ​ສົງໃດ​ນຶ່ງ.
  • ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ບໍ່ຕ້ອງ​ເອົາ ​ຂ່າວ​ເລົ່າລື, ຂໍ້​ມູນ​ຜິດພາດ ຫຼື​ ຂໍ້​ມູນ​ທີ່​ບໍ່​ມີການ​ຢືນ​ຢັນ ແລະ​ ທິດ​ສະ​ດີ ​ສົມ​ຮູ້​ຮ່ວມ​ຄິດ​ ໃສ່ໃນ​ຣາຍ​ງານ ​ຫຼື ​ຣາຍການ​ໃດນຶ່ງ ໂດຍບໍ່ມີ ການອ້າງເຖິງ ສິ່ງ​ທີ່​ເກີດ​ຂຶ້ນ. ເມື່ອໃດກໍຕາມ ທີ່ເປັນໄປໄດ້, ໃນ​ການ​ຂຽ​ນ​ຂ່າວ​ໃດ​ນຶ່ງ, ນັກ​ຂ່າວ ຕ້ອງຊອກຫາ ແລະ ​ເອົາຂໍ້​ມູນ ມາ​ຈາກຫຼາຍ​ກວ່າ ນຶ່ງ​ແຫຼ່ງ​ຂ່າວ. ແຫຼ່ງ​ຂ່າວ ຄວນ​ມີ​ຕົວ​ຕົນ, ໃນ​ເວ​ລາ ທີ່​ເປັນ​ໄປ​ໄດ້, ຫຼື ຂໍ້​ມູນ ທີ່​ໄດ້​ມາ​ນັ້ນ ​ພຽງ​ພໍ ຈຶ່ງ​ເຮັດ​ໃຫ້ ຜູ່​ຟັງ/ຜູ່​ອ່ານ ເນື້ອ​ຫາ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ສາ​ມາດຕັດ​ສິນ​ໃຈ​ ເອົາ​ເອງໄດ້ ກ່ຽວ​ກັບ ຄວາມ​ຖືກ​ຕ້ອງ ຂອງ​ຂໍ້​ມູນ ແລະ ທັ​ສ​ນະ ທີ່​ໄດ້​ແບ່ງ​ປັນ​ຜ່ານ ແຫຼ່ງ​ຂ່າວ​ເຫຼົ່າ​ນີ້. ເຖິງ​ຢ່າງ​ໃດ ກໍ​ຕາມ, ໃນ​ເມື່ອ​ຈຳ​ເປັນ, ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ​ມີ​ສະ​ຕິ ເພື່ອ​ປົກ​ປ້ອງ​ ແຫຼ່ງ​ຂ່າວ ບໍ່​ໃຫ້​ເປັນ​ອັນ​ຕ​ະ​ຣາຍ ແລະ ເຄົາ​ຣົບແຫຼ່ງ​ຂ່າວ ທີ່​ມີ​ຈຸດ​ປະ​ສົງ ບໍ່​ອອກ​ນາມ.​
  • ຖ້າຫາກວ່າ ນັກຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ເຫັນ​ວ່າ ​ມີຂໍ້​ມູນ​ຜິດ​ພາດ ໃນເວລາອອກອາກາດ ຫຼື ໃນເວ​ລາເຜີຍ​ແຜ່ ຂ່າວສານ​, ບົດ​ວິ​ຈານ, ຫຼື ເນື້ອ​ຫາ, ນັກ​ຂ່າວ ແລະ ຜ​ແນກພາ​ສາດັ່ງ​ກ່າວ ຕ້ອງ​ຍອມ​ຮັບ ຄວາມ​ຜິດ​ພາດ ແລະ ແກ້​ຄວາມ​ຜິດ​ທັນ​ທີ, ໂດຍ​ຜ່ານ​ຊ່ອງ​ທາງ ທີ່​ຂໍ້​ມູນ​ຜິດ​ພາດນັ້ນ ຖືກ​ເຜີຍ​ແຜ່ ອອກ​ໄປ.​
  • ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ​ໃສ່​ຊື່ແຫຼ່ງ​ທີ່​ມາ ຂອງ​ຂໍ້​ມູນ ໃນ​ເວ​ລາ​ທີ່ ນຳ​ເອົາບາງ​ຕອນ ຂອງການ​ສັມ​ພາດ, ຣາຍ​ງານ, ຫຼື ຂໍ້​ມູນ​ໃດ​ນຶ່ງ ຂອງ​ສຳ​ນັກ​ຂ່າວ ຫຼື ແຫຼ່ງ​ຂ່າວອື່ນ ມາ​ໃຊ້.
  • ຮູບ​ພາບ, ວິ​ດີ​ໂອ, ຫຼື ເນື້ອຫາຮູບ​ພາບອື່ນໆ ​ໃຫ້ຂໍ້​ມູນຕ່າ​ງໆ ​ທີ່​ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ເຜີຍ​ແຜ່ນັ້ນ ຕ້ອງ​ຍຶດ​ໝັ້ນ ຕາມ​ຄຳ​ແນະ​ນຳ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ.
  • ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງບໍ່​ເປັນ ສະ​ມາ​ຊິກ ຂອງ​ພັກ​ການ​ເມືອງ, ກຸ່ມຝ່າຍ​ຄ້ານ, ອົງການ​ຈັດ​ຕັ້ງ​ພັດ​ຖິ່ນ, ຫຼື ກຸ່ມ​ສາສນາ​ ​ໃນປະ​ເທດເປົ້າ​ໝາຍ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ, ແລະ​ຕ້ອງ​ບໍ່ສ​ນັບ​ສ​ນູນ ຄວາມ​ເຫັນ ທາງການເມືອງ ​ທີ່ມີ​ຜົ​ລ​ເສັຽ​ຫາຍ ຫຼື​ ພາ​ໃຫ້​ເຂົ້າ​ໃຈ​ວ່າ ມີ​ຜົລ​ສະ​ທ້ອນບໍ່​ດີ ຕໍ່​ຄວາມ​ເປັນ​ຈິງ ແບບ​ເປັນ​ກາງ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ. ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຄວນ​ຮັກ​ສາ ຄວາມ​ເປັນ​ກາງ​ ທາງ​ດ້ານ​ການ​ເມືອງ ໃນ​ສື່​ສັງ​ຄົມ ໂດຍບໍ່​ຄຳ​ນຶງ​ເຖິງ ຂົງ​ເຂດ ທີ່​ພວກ​ຂະ​ເຈົ້າ ອອກ​ຄວາມ​ເຫັນ.
  • ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ​ບອກ​ຜູ້​ປະ​ກອບ​ສ່ວນ ຈາກ​ພາຍນອກ ຢ່າງ​ຈະ​ແຈ້ງ ແລະ, ໃນ​ເວ​ລາ ​ມີ​ບົດ​ວິ​ຈານ​, ຕ້ອງບອກວ່າ ຄວາມ​ຄຶດ​ຄວາມ​ເຫັນ ທີ່​ໄດ້​ສະ​ແດງ​ອອກ ເປັນ​ຂອງ​ຜູ້​ຂຽນ ບໍ່​ແມ່ນ​ຂອງ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ. ຄວາມ​ຄຶດ​ຄວາມ​ເຫັນ ແລະ ບົດ​ວິ​ຈານ ຕ້ອງລະ​ບຸ ຢ່າງ​ຈະ​ແຈ້ງ ເຊັ່ນ​ດຽວ​ກັນ. ໃນ​ແຕ່​ລະ​ກໍ​ລະ​ນີ, ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ມີ​ສິ​ທ​ແກ້​ຂໍ້​ມູນ ຂອງ​ຜູ້​ປະ​ກອບ​ສ່ວນ ຈາກ​ພາຍນອກ ແລະ ເປັນ​ຜູ້​ຕັດ​ສິນ​ໃຈ ຂັ້ນ​ສຸດ​ທ້າຍ​ວ່າ ຄວນ​ເອົາ ຂໍ້​ມູນ​ໃດ​ແດ່ ໃສ່​ໃນ​ຣາຍກ​ງານ ຫຼື ຣາຍ​ການ.
  • ນັກ​ຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງ​ບໍ່​ຮັບ ​ສິ່ງ​ທີ່​ມີ​ຄ່າ ເຊັ່ນ​ ຂອງ​ຂວັນ, ສິທພິເສດ, ຫຼື ແຮງຈູງໃຈອື່ນໆ ຈາກແຫຼ່ງຂ່າວ ຫຼື ຄົນອື່ນ ທີ່ອາດຢູ່​ - ຫຼື​ ຜູ້​ທີ່ເຊື່ອ​ວ່າຢູ່​​ - ໃນ​ຖານະ​ທີ່​ມີ​ອິດ​ທິພົນ ​ຕໍ່​ຣາຍ​ງານ​ ຫຼື ​ຣາຍການ​ຕ່າງໆ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ. ຂອງຂວັນ ທີ່ມີມູນຄ່າ ($20 ຫຼື ໜ້ອຍກວ່າ) ອາດຮັບໄດ້ ແຕ່ຕ້ອງແຈ້ງ ໃຫ້ຜູ້ຮັບ​ຜິດ​ຊອບຮູ້ ແລະ, ຖ້າເຫັນວ່າ ບໍ່ເໝາະສົມ, ກໍໃຫ້ສົ່ງຄືນ ດ້ວຍຄຳອະທິບາຍ ທີ່ສຸພາບ.
  • ນັກຂ່າວ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຕ້ອງບໍ່ຮັບວຽກ ຫຼື ກິຈກັມອື່ນໆ ນອກເໜືອຈາກຂອງ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ຊຶ່ງຈະເປັນການລະເມີດ ຄວາມຮັບຜິດຊອບ ຂອງຂະເຈົ້າ ຕໍ່ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ. ຜູ້ໃດ ຕ້ອງການດໍາເນີນ ພາ​ຣະ​ກິ​ຈ ຫຼື ກິຈກັມ ພາຍນອກ, ຮວມທັງ ປາ​ຖະ​ກະ​ຖາ ຫຼື ໄປປາກົດໂຕ ຕາມສະຖານທີ່ ສາທາຣະນະຕ່າງໆ ອາດເຮັດໃຫ້​ເຂົ້າ​ໃຈ​ວ່າ ໄປ​ໃນ​ນາມ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ, ຕ້ອງໄດ້ຮັບ ອະນຸຍາດ ເສັຽກ່ອນ ຕາມ​ທີ່ລະ​ບຸ​ໄວ້ ໃນນະໂຍບາຍ ວ່າ​ດ້ວຍ ການຂັດແຍ້ງ ທາງຜົລປໂຍດ.
  • ໃນການປະຕິບັດໜ້າທີ່ໃຫ້ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ, ນັກຂ່າວ ຕ້ອງບໍ່ສະແດງຕົນວ່າ ເປັນໂຕແທນ ຂອງນິຕິບຸກຄົນອື່ນໃດ, ອົງການຈັດຕັ້ງສື່ມວນຊົນ, ໜ່ວຍ​ງານຣັຖບານ ຫຼື ອົງການ​ທີ່ບໍ່​ຂຶ້ນ​ກັບ ​ຣັ​ຖ​ບານ, ນອກ​ຈາກ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ.
  • ການລະເມີດ ຫຼັກຈັນຍາບັນ ຂອງນັກຂ່າວ ແລະ ຄຳ​ແນະ​ນຳ ດ້ານບັນນາທິການ ຂອງວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ອາດຈະສົ່ງຜົລ ໃຫ້ມີການປະຕິບັດວິນັຍ ເຖິງ ແລະ ຮວມທັງ ການຍຸ​ຕິຈ້າງງານ.

[1] ເຖິງແມ່ນວ່າ ວຽກ​ງານ​ການ​ຂ່າວ ເປັນຄວາມຮັບຜິດຊອບ ຕົ້ນຕໍ ຂອງຜ​ແນກ ບັນນາທິການ, ນັກ​ຂ່າວທຸກຄົນ ຄວນຮັບ​ຮູ້ ແລະ ສນັບ​ສ​ນູນ ຫຼັກຈັນຍາບັນ ຂອງນັກຂ່າວ.

Update: ວັນທີ 22 ມີນາ 2022